ວິຊາ: ການເຮືອນ
ບົດທີ 5
ສົ້ມປາ
1. ເຄື່ອງປະກອບ

  1.ປາຂາວ ຫລື ປາກະເດີດ                                       1 ກິໂລ
    2. ເກືອ                                                                 3 ບ່ວງແກງ
    3. ຫົວພັກທຽມ                                                     10 ຫົວ
    4. ເຂົ້າໜຶ້ງ                                                            2 ບ່ວງແກງ
    5. ນ້ຳເຂົ້າໜຽວ  (ນ້ຳທີ່ໄດ້ຈາກການມ່າເຂົ້າ)1 ຖ້ວຍແກງ
    6. ກະປຸກແກ້ວ ຫລື ກະປຸກຢາງ                               1 ອັນ

2. ການກະກຽມ

    1. ຕ້ອງເລືອກເອົາປາທີໃໜ່ ແລະ ສົດ ບໍ່ຄວນເອົາປາທີເນົ່າເໜັນມາເຮັດສົ້ມປາເພາະຈະເຮັດໃຫ້ປານັ້ນເປື່ອຍ ແລະ ມີກິ່ນເໜັນ.
    2. ນຳປາມາເຊາະເກັດ, ຄົວເອົາຂີ້ມັນອອກແລ້ວລ້າງນ້ຳໃຫ້ສະອາດ, ປະໄວ້ໃຫ້ສະເດັດ.
    3. ປອກຫົວພັກທຽມອອກ, ທຸບພໍແຕກປະໄວ້.
    4. ເອົາເຂົ້າໜື້ງມາລ້າງເອົານ້ຳເມືອກອອກໃຫ້ໜົດ.



3. ວິທີປຸງ

    ເອົາປາທີກຽມໄວ້ນັ້ນມາຄັ້ນ ແລ້ວລ້າງໃສນ້ຳເຂົ້າມວກ ເພືອນໃຫ້ຊີ້ນປານັ້ນຫັນດີແລ້ວລ້າງນ້່ຳອອກ,   ຫລັງຈາກນັ້ນເອົາເກືອ,       ຫົວພັກທຽມແຫ້ງ,     ເຂົ້າໜື້ງມາຄັ້ນເຂົ້າກັນແລ້ວນຳມາໃສ່ກະປຸງອັດຝາໃຫ້ແຈບໆປະໄວ້ປະມານ 2-3 ວັນຮັບປະທານໄດ້ (ຖ້າຢາກກິນສຸກໃຫ້ນຳ ໄປຈືນ ຫລື ນຳໄປໃສ່ໃບຕອງແລ້ວໄປມົກໄຟອ່ອນໆ).
























ความคิดเห็น